← ກັບໄປລາຍການວຽກ

ວິຊາການຄຸ້ມຄອງລະບົບດຳເນີນງານໄອທີ

⏰ ສະໝັກກ່ອນ 19 ພ.ຈ. 2026
ສະຖານທີ່
ນະຄອນຫຼວງວຽງຈັນ
ປະເພດວຽກ
ໄອທີ ແລະ ເຕັກໂນໂລຊີ
ຮູບແບບວຽກ
ເຕັມເວລາ
ຈຳນວນຮັບ
1 ອັດຕາ
ເງິນເດືອນ
ສາມາດເຈລະຈາໄດ້
ຕະຫຼາດຫຼັກຊັບລາວ / Lao Securities Exchange (LSX) ຍັງຮັບສະໝັກອີກ 2 ຕຳແໜ່ງ
ລາຍລະອຽດວຽກ
- ຕິດຕາມການດຳເນີນງານປະຈຳວັນຂອງລະບົບດຳເນີນງານຕະຫຼາດ (Trading, Depository, Clearing & Settlement, Ledger, ແລະ ລະບົບດຳເນີນງານພາຍໃນ). - ຮັບປະກັນ ຂັ້ນຕອນ ແລະ ກິດຈະກຳ ຕ່າງໆ ເພື່ອໃຫ້ລະບົບດຳເນີນງານຕະຫຼາດເປີດນຳໃຊ້ໄດ້ແບບປົກກະຕິ. - ຕິດຕາມ ຂໍ້ຄວາມການແຈ້ງເຕືອນຂໍ້ຜິດພາດ ແລະ ຂໍ້ຄວາມແຈ້ງເຕືອນອື່ນໆຂອງລະບົບ, ກວດສອບຄວາມຖືກຕ້ອງຂອງ ທຸລະກຳລະຫວ່າງການຊື້ ຂາຍຫຼັກຊັບ ເຊັ່ນ: ການສົ່ງຄຳສັ່ງຊື້ ຂາຍ, ການຈັບຄູ່ ຊື້ ຂາຍ, ແລະ ການດຳເນີນງານຕະຫຼາດທີ່ຖືກຕ້ອງຕາມຂັ້ນຕອນການດຳເນີນງານ. - ກວດສອບຄວາມຖືກຕ້ອງຂອງ ຂັ້ນຕອນການປິດລະບົບດຳເນີນງານຕະຫຼາດ ແລະ ຮັບຮອງການປິດຕະຫຼາດ ແລະ ການປິດ batch job. - ດຳເນີນການແກ້ໄຂບັນຫາເບື້ອງຕົ້ນ ແລະ ປະສານສົມທົບກັບບໍລິສັດຜູ້ພັດທະນາລະບົບເມື່ອຈຳເປັນ. - ປະສານສົມທົບກັບບໍລິສັດຜູ້ພັດທະນາລະບົບ ເພື່ອຂໍການສະໜັບສະໜູນດ້ານເຕັກນິກ ໃນການແກ້ໄຂບັນຫາ. - ບໍລິຫານຈັດການ ປະຕິທິນການດຳເນີນງານຂອງລະບົບ ແລະ ບັນທາລະບົບ ໃນຂອບເຂດທີ່ຖືກມອບໝາຍ. - ບັນທຶກ ແລະ ຕິດຕາມ ບັນຫາທີ່ເກີດຂຶ້ນກັບລະບົບ ແລະ ກະກຽມເອກະສານວິເຄາະສາເຫດຂອງບັນຫາ. - ຮັບປະກັນການເຮັດເອກະສານ ກ່ຽວກັບ ມາດຕະການແກ້ໄຂ ແລະ ມາດຕະການປ້ອງກັນ ຂອງບັນຫາໃຫ້ຖືກຕ້ອງຄົບຖ້ວນ. - ກະກຽມຄວາມພ້ອມໃຊ້ງານຂອງລະບົບ ແລະ ລາຍງານບັນຫາຂອງລະບົບ ເປັນປະຈຳເດືອນ. - ພັດທະນາ ແລະ ປັບປຸງຟັງຊັນການເຮັດວຽກ, ລາຍງານ, ປັບປຸງການຕັ້ງຄ່າ, ຫຼື ການປັບປຸງລະບົບຈັດການໃນລະບົບ Ledger ແລະ Depository. - ສະໜັບສະໜູນການປັບປຸງລະບົບສ່ວນໃດໜຶ່ງ ຕາມການສະເໜີທີ່ໄດ້ຮັບການອະນຸມັດແລ້ວ. - ກະກຽມເອກະສານ ກ່ຽວກັບ ການປັບປຸງລະບົບ, ການຕິດຕາມເວີຊັນ, ແລະ ບັນທຶກການປ່ຽນແປງໃຊ້ງານ. - ກະກຽມລາຍງານ ກ່ຽວກັບ ການດຳເນີນງານ, ປະສິດທິພາບ, ແລະ ການວິເຄາະພາຍໃນຂອບເຂດຄວາມຮັບຜິດຊອບທີ່ຖືກມອບໝາຍ. - ສະໜັບສະໜູນແຜນທຸລະກິດໃນການແກ້ໄຂບັນຫາທີ່ຕິດພັນກັບລະບົບດຳເນີນງານ. - ກະກຽມເອກະສານທີ່ມີການດຳເນີນງານຂອງລະບົບ ແລະ ຂັ້ນຕອນມາດຕະຖານການດຳເນີນງານ (Standard Operating Procedures (SOP)). - ວຽກງານອື່ນໆທີ່ຖືກມອບໝາຍຈາກຫົວໜ້າ ແລະ ຜູ້ບໍລິຫານ.
ທັກສະ ແລະ ຄຸນວຸດທິ
- ຈົບການສຶກສາລະດັບປະລິນຍາຕີຂຶ້ນໄປໃນສາຂາ ວິທະຍາການຄອມພິວເຕີ, ເຕັກໂນໂລຊີຂໍ້ມູນຂ່າວສານ, ວິສະວະກຳຄອມພິວເຕີ ຫຼື ສາຂາອື່ນໆທີ່ກ່ຽວຂ້ອງ. - ອາຍຸ ລະຫວ່າງ 21 – 28 ປີ. - ມີຄວາມເຂົ້າໃຈ ກ່ຽວກັບ ການພັດທະນາຊອບແວ, ການປະຕິບັດ ແລະ ວິເຄາະລະບົບ. - ມີຄວາມຮູ້ ກ່ຽວກັບ ລະບົບ Linux/UNIX ແລະ ພື້ນຖານການບໍລິຫານຈັດການລະບົບ. - ມີປະສົບການດ້ານພາສາໂປຣແກຣມ ເຊັ່ນ: C/C++, Python, Golang, Java, ຫຼື JavaScript ຈະພິຈາລະນາເປັນພິເສດ. - ມີປະສົບການ ກ່ຽວກັບ backend frameworks ເຊັ່ນ: Spring Boot for Java development, Node.JS, Echo/Fiber (Golang) ແລະ ອື່ນໆຈະພິຈາລະນາເປັນພິເສດ. - ມີປະສົບການ ກ່ຽວກັບ frontend frameworks ເຊັ່ນ: Angular, Vue.JS, React, ຫຼື Flutter ຈະພິຈາລະນາເປັນພິເສດ. - ມີປະສົບການ ກ່ຽວກັບ ຖານຂໍ້ມູນ (database) ເຊັ່ນ: MySQL ຫຼື Oracle, ແລະ ມີຄວາມເຂົ້າໃຈ objects ແລະ ບົດບາດ ຂອງລະບົບຖານຂໍ້ມູນ. - ມີຄວາມຄິດສ້າງສັນ, ທັດສະນະຄະຕິດີ, ຄວາມຄິດເປີດກວ້າງ, ເຮັດວຽກເປັນທີມ, ແລະ ສາມາດເຮັດວຽກພາຍໃຕ້ຄວາມກົດດັນໄດ້. - ມີຄວາມດຸໝັ່ນ, ອົດທົນ, ຮອບຄອບ ແລະ ພ້ອມທີ່ຈະຮຽນຮູ້ສິ່ງໃໝ່ໆ ແລະ ແບ່ງປັນປະສົບການ. - ສາມາດນຳໃຊ້ພາສາອັງກິດ ເພື່ອການສື່ສານປະຈຳວັນ ຈະພິຈາລະນາເປັນພິເສດ. - ມີປະສົບການດ້ານສະຖາບັນການເງິນ ຫຼື ແວດວົງຕະຫຼາດຫຼັກຊັບ ຈະພິຈາລະນາເປັນພິເສດ.
ປະສົບການທີ່ຕ້ອງການ
ຢ່າງໜ້ອຍ 1 ປີ
ລະດັບການສຶກສາທີ່ຕ້ອງການ
ປະລິນຍາຕີ
ວັນ ແລະ ເວລາເຮັດວຽກ
ຈັນ–ສຸກ, 08:00–17:00
ຕິດຕໍ່
malivanhkmv@lsx.com.la
ວິທີສະໝັກ
ສົ່ງປະຫວັດສ່ວນຕົວ (CV) ແລະ ເອກະສານກ່ຽວຂ້ອງມາທີ່: malivanhkmv@lsx.com.la ດາວໂຫລດແບບຟອມສະໝັກໄດ້ທີ່: www.lsx.com.la

ວິທີສະໝັກ

ນາຍຈ້າງນີ້ຮັບໃບສະໝັກໂດຍກົງ:

✉️ ສົ່ງ CV ທາງອີເມວmalivanhkmv@lsx.com.la
ປະກາດມື້ນີ້

ວຽກທີ່ຄ້າຍຄືກັນ

Prime Hospital✓ຢັ້ງຢືນແລ້ວ
ນະຄອນຫຼວງວຽງຈັນເຕັມເວລາບໍ່ໄດ້ລະບຸບໍ່ໄດ້ລະບຸ
ສາມາດເຈລະຈາໄດ້ສະໝັກກ່ອນ 20 ພ.ຈ.
ສະໝັກ · ສະໝັກກ່ອນ 19 ພ.ຈ. 2026