← ກັບໄປລາຍການວຽກ

ເລຂາ ຜູ້ອຳນວຍການໃຫຍ່

⏰ ສະໝັກກ່ອນ 19 ພ.ຈ. 2026
ສະຖານທີ່
ນະຄອນຫຼວງວຽງຈັນ
ປະເພດວຽກ
ຫ້ອງການ ແລະ ບໍລິຫານ
ຮູບແບບວຽກ
ເຕັມເວລາ
ຈຳນວນຮັບ
1 ອັດຕາ
ເງິນເດືອນ
ສາມາດເຈລະຈາໄດ້
ຕະຫຼາດຫຼັກຊັບລາວ / Lao Securities Exchange (LSX) ຍັງຮັບສະໝັກອີກ 2 ຕຳແໜ່ງ
ລາຍລະອຽດວຽກ
1. ການປະສານງານພາຍໃນ ແລະ ພາຍນອກ - ສື່ສານຄຳສັ່ງ, ຄວາມຄິດເຫັນ ແລະ ແນວຄິດຂອງ CEO ໃຫ້ COO ແລະ ໜ່ວຍງານທີ່ກ່ຽວຂ້ອງ - ຮວບຮວມຄຳຮ້ອງຂໍ ແລະ ຂໍ້ສອບຖາມຈາກຜູ້ບໍລິຫານ ແລະ ພະນັກງານ ເພື່ອນຳສະເໜີໃຫ້ CEO ພິຈາລະນາ - ຈັດສົ່ງ ແລະ ຕອບອີເມວໃນນາມ CEO 2. ການຈັດການຕາຕະລາງ CEO - ຈັດການ ແລະ ອັບເດດຕາຕະລາງນັດໝາຍຂອງ CEO - ກະກຽມເອກະສານສຳລັບການປະຊຸມ ເຊັ່ນ ຄຳປາໄສ ການນຳສະເໜີ ແລະ ບົດລາຍງານ - ຊ່ວຍເຫຼືອໃນການວາງແຜນ ແລະ ການກະກຽມການນັດໝາຍ ການປະຊຸມ ແລະ ການສຳມະນາ 3. ການເດີນທາງທຸລະກິດ - ເດີນທາງຮ່ວມກັບ CEO ຕາມຄວາມຈຳເປັນ ແລະ ຈັດທຳບົດສະຫຼຸບການເດີນທາງ - ຈັດການການເດີນທາງ ເຊັ່ນ ການຈອງປີ້ເຮືອບິນ ແລະ ທີ່ພັກ 4. ວຽກເອກະສານ ແລະ ສະໜັບສະໜູນສຳນັກງານ - ຈັດເກັບ ແລະ ດູແລເອກະສານສຳຄັນ ແລະ ເອກະສານລັບຂອງ CEO - ກວດກາ ແລະ ສະຫຼຸບເອກະສານເຂົ້າ-ອອກ ກ່ອນນຳສະເໜີໃຫ້ CEO ອະນຸມັດ - ດູແລໃຫ້ມີອຸປະກອນສຳນັກງານພຽງພໍສຳລັບ CEO 5. ວຽກອື່ນໆ - ປະຕິບັດວຽກອື່ນໆຕາມທີ່ CEO ມອບໝາຍ
ທັກສະ ແລະ ຄຸນວຸດທິ
- ເພດຍິງ - ອາຍຸ 21–30 ປີ - ຈົບປະລິນຍາຕີ ສາຂາບໍລິຫານທຸລະກິດ ຫຼື ສາຂາທີ່ກ່ຽວຂ້ອງ (ເສດຖະສາດ ບັນຊີ ການເງິນ) - ມີປະສົບການ 1–2 ປີ ໃນຕະຫຼາດເງິນ ຫຼື ຕະຫຼາດທຶນ (ຍິນດີຮັບນັກສຶກສາຈົບໃໝ່) - ສາມາດໃຊ້ພາສາລາວ ແລະ ອັງກິດໄດ້ດີ - ສາມາດໃຊ້ງານ MS Office (Word, Excel, PowerPoint) ແລະ ໂປຣແກຣມອື່ນໆ (ເຊັ່ນ Photoshop) ໄດ້ - ມີທັກສະການສື່ສານ ແລະ ການເຈລະຈາທີ່ດີ - ມີທັກສະການຈັດການເວລາ ແລະ ການຈັດລຳດັບໜ້າວຽກ - ມີຄວາມຮູ້ກ່ຽວກັບຕະຫຼາດຫຼັກຊັບລາວ ແລະ ວຽກງານໃນຕະຫຼາດທຶນ - ຄຸ້ນເຄີຍກັບວຽກງານການຄົ້ນຄວ້າ ການສະຫຼຸບລາຍງານ ແລະ ບັນທຶກການປະຊຸມ - ສາມາດເຮັດວຽກໄດ້ອິດສະຫຼະ ແລະ ແກ້ໄຂບັນຫາສະເພາະໜ້າໄດ້ດີ - ສາມາດເຮັດວຽກລ່ວງເວລາ ແລະ ເດີນທາງຕ່າງແຂວງ ຫຼື ຕ່າງປະເທດໄດ້ຕາມຄວາມຈຳເປັນ
ປະສົບການທີ່ຕ້ອງການ
ຢ່າງໜ້ອຍ 1 ປີ
ລະດັບການສຶກສາທີ່ຕ້ອງການ
ປະລິນຍາຕີ
ສາຂາທີ່ຮຽນ
ບໍລິຫານທຸລະກິດ ຫຼື ສາຂາທີ່ກ່ຽວຂ້ອງ (ເສດຖະສາດ ບັນຊີ ການເງິນ)
ວັນ ແລະ ເວລາເຮັດວຽກ
ຈັນ–ສຸກ, 08:00–17:00
ຕິດຕໍ່
malivanhkmv@lsx.com.la
ວິທີສະໝັກ
ສົ່ງປະຫວັດສ່ວນຕົວ (CV) ແລະ ເອກະສານກ່ຽວຂ້ອງມາທີ່: malivanhkmv@lsx.com.la ດາວໂຫລດແບບຟອມສະໝັກໄດ້ທີ່: www.lsx.com.la

ວິທີສະໝັກ

ນາຍຈ້າງນີ້ຮັບໃບສະໝັກໂດຍກົງ:

✉️ ສົ່ງ CV ທາງອີເມວmalivanhkmv@lsx.com.la
ປະກາດມື້ນີ້

ວຽກທີ່ຄ້າຍຄືກັນ

ໂຄລາວ ກຣຸບ (KOLAO GROUP)
ນະຄອນຫຼວງວຽງຈັນເຕັມເວລາຊັ້ນສູງ (ບໍລິຫານທຸລະກິດ ການຄ້າສາກົນ, ສາຂາອື່ນໆທີ່ກ່ຽວຂ້ອງ)ໜ້ອຍກວ່າ 1 ປີ
5,000,000 – 9,000,000 ₭ / ເດືອນສະໝັກກ່ອນ 18 ພ.ຈ.
ສະໝັກ · ສະໝັກກ່ອນ 19 ພ.ຈ. 2026